


Media Center
13 December 2024
Pha Talk EP13
PhaTalk EP.13 ຕອນ “ທິດທາງການຂົນສົ່ງລາວຈະໄປທາງໃດ? ລາວຈະສາມາດປ່ຽນຈາກ Land-locked ເປັນ Land-link ໄດ້ແນວໃດ?” ເປັນຕອນທີ່ຫັນໄປຈັບປະເດັນສຳຄັນດ້ານ ໂຄງສ້າງພື້ນຖານ ແລະ ການຂົນສົ່ງຂອງລາວ ໃນມຸມມອງການພັດທະນາລະຍະຍາວ ເພື່ອປ່ຽນພາບຈາກປະເທດທີ່ບໍ່ມີທາງອອກທະເລ (Land-locked) ໄປສູ່ການເປັນສູນກາງເສັ້ນທາງຂົນສົ່ງຂອງພູມມິພາກ (Land-link) ໃນອານາຄົດ
09 October 2024
Pha Talk EP9
PhaTalk EP.9 “ມຸມມອງຂອງໂລກທຸລະກິດຍຸກໃໝ່: Digital, Revolution and Green” ເປັນການສົນທະນາທີ່ເຊີນ Mr. Topp Jirayut ຜູ້ກໍ່ຕັ້ງ Bitkub ເຂົ້າມາແບ່ງປັນປະສົບການ ແລະ ແນວຄິດຕໍ່ທິດທາງການປ່ຽນແປງຂອງໂລກທຸລະກິດໃນສະຕະວັດທີ 21. ການສົນທະນາເລີ່ມຈາກການເວົ້າເຖິງການປ່ຽນແປງທີ່ເກີດຂຶ້ນຢ່າງຮວດເລັວໃນດ້ານ Digital ທີ່ບໍ່ພຽງແຕ່ປ່ຽນໂຄງສ້າງການເຮັດທຸລະກິດ ແຕ່ຍັງປ່ຽນວິຖີຊີວິດ, ການໃຊ້ງານຂໍ້ມູນ, ແລະການຈັດການທາງການເງິນໃຫ້ມີປະສິດທິພາບຫຼາຍຂຶ້ນ.
27 September 2024
Pha Talk EP8
PhaTalk EP.8 “ຖ້າເຮົາບໍ່ໃຊ້ເງິນກີບ ແລ້ວໃຜຊິໃຊ້? ເຖິງຄົນລາວບໍ່ແກ້ໄຂບັນຫາຂອງຄົນລາວເອງ ແລ້ວໃຜຈະແກ້ໃຫ້” ເປັນຕອນທີ່ຍົກປະເດັນສໍາຄັນທາງເສດຖະກິດ ແລະ ສັງຄົມຂອງປະເທດລາວມາສົນທະນາຢ່າງກົງໆ ແລະ ເປີດເຜີຍ. ໃນຊ່ວງເລີ່ມຕົ້ນຂອງລາຍການ ຜູ້ດໍາເນີນລາຍການໄດ້ຕັ້ງຄໍາຖາມຊັດໆວ່າ ຖ້າຄົນລາວເອງຍັງບໍ່ໃຊ້ເງິນກີບ ມັນຈະເຮັດໃຫ້ຄ່າຂອງເງິນກີບອ່ອນຄ່າ ແລະ ຂາດຄວາມເຊື່ອໝັ້ນໃນລະບົບເສດຖະກິດຂອງປະເທດ. ນີ້ແມ່ນການເຊື່ອມໂຍງໄປຫາປະເດັນໃຫຍ່ກ່ຽວກັບຄວາມຮັບຜິດຊອບຮ່ວມກັນຂອງປະຊາຊົນ ໃນການສະໜັບສະໜູນສິນຄ້າ ແລະ ສະກຸນເງິນຂອງຕົນເອງ.

© 2025 AIDC TECH SOLE CO., LTD.
Search Job
Current Needs
Apply Now
Privacy Policy
021 410 501
Terms & Conditions







