top of page

News

05 November 2024

Pha Talk EP10

PhaTalk EP10 ແມ່ນການສົນທະນາກັບ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ ເພື່ອພູດຄຸຍເຖິງທິດທາງໃນອະນາຄົດຂອງການພັດທະນາເມືອງຫຼວງພະບາງ ເມືອງມໍຣະດົກໂລກ ທີ່ກໍາລັງປະເຊີນກັບຄວາມທ້າທາຍຫຼາຍດ້ານ.

ໃນລາຍການໄດ້ສະທ້ອນເຖິງ

ການທ້າທາຍໃນການພັດທະນາລະຫວ່າງການສົ່ງເສີມການທ່ອງທ່ຽວ ແລະ ການຮັກສາມໍຣະດົກທາງວັດທະນະທໍາ — ວ່າເມືອງຈະສາມາດຫາຈຸດສົມດຸນລະຫວ່າງການພັດທະນາລາຍຮັບ ແລະ ການຮັກສາເສັ້ນສາຍວັດທະນະທໍາໄວ້ໄດ້ແນວໃດ

ບົດບາດຂອງລັດ ແລະ ຊຸມຊົນໃນການວາງແຜນພັດທະນາເມືອງ — ບໍ່ແມ່ນພຽງແຕ່ໂຄງສ້າງພື້ນຖານ ແຕ່ຍັງຄວນໃຫ້ຊຸມຊົນມີສ່ວນຮ່ວມໃນການຄຸ້ມຄອງແລະການບໍລິຫານເມືອງ

ແນວຄິດການພັດທະນາຢ່າງຍືນຍົງ (Sustainable Development) — ໂດຍສະເພາະໃນບໍລິບົດຂອງເມືອງຫຼວງພະບາງ ໃຫ້ເປັນຕົວຢ່າງທີ່ດີທັງດ້ານສິ່ງແວດລ້ອມ ຊຸມຊົນ ແລະ ເສດຖະກິດ

ລາຍການໄດ້ຊູ້ກ່ຽວກັບຄວາມຈໍາເປັນໃນການປະສານງານທຸກພາກສ່ວນ ເພື່ອໃຫ້ຫຼວງພະບາງສາມາດຮັກສາອັດລັກ ແລະ ພັດທະນາຄວບຄູ່ກັນໄປໄດ້.

Website : www.aidctech.com.la

Facebook : AIDC Asia Investment Development and Construction Sole Co.,Ltd 

Facebook : Phatalk

TikTok: Phatalk

TikTok: AIDC-HQ

YouTube: phatalk kongpaikongma

abstract-background-pattern-minimalistic-wave-clean-simpe-modern-texture-colorful-shapes.j

Related news

Pha Talk EP13

PhaTalk EP.13 ຕອນ “ທິດທາງການຂົນສົ່ງລາວຈະໄປທາງໃດ? ລາວຈະສາມາດປ່ຽນຈາກ Land-locked ເປັນ Land-link ໄດ້ແນວໃດ?” ເປັນຕອນທີ່ຫັນໄປຈັບປະເດັນສຳຄັນດ້ານ ໂຄງສ້າງພື້ນຖານ ແລະ ການຂົນສົ່ງຂອງລາວ ໃນມຸມມອງການພັດທະນາລະຍະຍາວ ເພື່ອປ່ຽນພາບຈາກປະເທດທີ່ບໍ່ມີທາງອອກທະເລ (Land-locked) ໄປສູ່ການເປັນສູນກາງເສັ້ນທາງຂົນສົ່ງຂອງພູມມິພາກ (Land-link) ໃນອານາຄົດ

Pha Talk EP12

PhaTalk EP12 “Private Equity ແລະ Venture Capital: ກອງທຶນທີ່ຈະຕິດປີກໃຫ້ທຸລະກິດລາວ” ເປັນການສົນທະນາກັບ ທ່ານ ຄຳແກ້ວ ວິສີສົມບັດ — ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ

Pha Talk EP10

PhaTalk EP10 ແມ່ນການສົນທະນາກັບ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ ເພື່ອພູດຄຸຍເຖິງທິດທາງໃນອະນາຄົດຂອງການພັດທະນາເມືອງຫຼວງພະບາງ ເມືອງມໍຣະດົກໂລກ ທີ່ກໍາລັງປະເຊີນກັບຄວາມທ້າທາຍຫຼາຍດ້ານ.

bottom of page