top of page

News

27 September 2024

Pha Talk EP8

PhaTalk EP.8 “ຖ້າເຮົາບໍ່ໃຊ້ເງິນກີບ ແລ້ວໃຜຊິໃຊ້? ເຖິງຄົນລາວບໍ່ແກ້ໄຂບັນຫາຂອງຄົນລາວເອງ ແລ້ວໃຜຈະແກ້ໃຫ້” ເປັນຕອນທີ່ຍົກປະເດັນສໍາຄັນທາງເສດຖະກິດ ແລະ ສັງຄົມຂອງປະເທດລາວມາສົນທະນາຢ່າງກົງໆ ແລະ ເປີດເຜີຍ. ໃນຊ່ວງເລີ່ມຕົ້ນຂອງລາຍການ ຜູ້ດໍາເນີນລາຍການໄດ້ຕັ້ງຄໍາຖາມຊັດໆວ່າ ຖ້າຄົນລາວເອງຍັງບໍ່ໃຊ້ເງິນກີບ ມັນຈະເຮັດໃຫ້ຄ່າຂອງເງິນກີບອ່ອນຄ່າ ແລະ ຂາດຄວາມເຊື່ອໝັ້ນໃນລະບົບເສດຖະກິດຂອງປະເທດ. ນີ້ແມ່ນການເຊື່ອມໂຍງໄປຫາປະເດັນໃຫຍ່ກ່ຽວກັບຄວາມຮັບຜິດຊອບຮ່ວມກັນຂອງປະຊາຊົນ ໃນການສະໜັບສະໜູນສິນຄ້າ ແລະ ສະກຸນເງິນຂອງຕົນເອງ.

ຕອນນີ້ຍັງໄດ້ກ່າວເຖິງປັນຫາການພຶງພາສິນຄ້າ ແລະ ເງິນຕາຕ່າງປະເທດເກີນໄປ ທີ່ທໍາໃຫ້ເສດຖະກິດພາຍໃນອ່ອນແອ ແລະ ບໍ່ເຕີບໂຕຢ່າງຍືນຍົງ. ມີການແບ່ງປັນມຸມມອງວ່າ ຄວາມເຊື່ອຫຼືການໃຊ້ຈ່າຍເງິນກີບບໍ່ໃຊ້ແຕ່ບົດບາດຂອງລັດ ແຕ່ເປັນຫນ້າທີ່ຂອງປະຊາຊົນທຸກຄົນ ທີ່ຈະຮ່ວມກັນປົກປ້ອງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ເງິນກີບມີຄ່າຢູ່ເທົ່າເທົ່າກັນ.

ຫຼັງຈາກນັ້ນ ລາຍການໄດ້ຍົກຄໍາຖາມທີ່ມີນ້ໍາໜັກທາງສັງຄົມວ່າ ຖ້າຄົນລາວບໍ່ແກ້ໄຂບັນຫາຂອງຄົນລາວເອງ ແລວໃຜຈະແກ້ໃຫ້? ນີ້ແມ່ນການເຊີນຊວນໃຫ້ຜູ້ຟັງຄິດຕໍ່ເຖິງຄວາມຮັບຜິດຊອບສ່ວນຮ່ວມ ແລະ ການມີສ່ວນຮ່ວມໃນການພັດທະນາປະເທດຈາກລະດັບບຸກຄົນໄປຈົນເຖິງຊຸມຊົນ. ມີການແບ່ງປັນຕົວຢ່າງຈາກຫຼາຍສາຂາ ເຊັ່ນ ການພັດທະນາທ້ອງຖິ່ນ, ການສົ່ງເສີມຜະລິດຕະພັນໃນປະເທດ, ແລະ ການສ້າງຄວາມຮ່ວມມືລະຫວ່າງພາກລັດ ແລະ ປະຊາຊົນ.

ບົດສົນທະນາໃນຕອນນີ້ບໍ່ພຽງແຕ່ຕັ້ງຄໍາຖາມ ແຕ່ຍັງກະຕຸ້ນໃຫ້ຄົນຟັງຕັ້ງສຳນຶກວ່າ ທຸກກາຍການປ່ຽນແປງທີ່ຍືນຍົງ ຈະເກີດຂຶ້ນໄດ້ກໍ່ຕໍ່ເມື່ອທຸກຄົນເຫັນຄວາມຈໍາເປັນ ແລະ ຮ່ວມລົງມືເຮັດໃນສ່ວນຂອງຕົນເອງ.

Website : www.aidctech.com.la

Facebook : AIDC Asia Investment Development and Construction Sole Co.,Ltd 

Facebook : Phatalk

TikTok: Phatalk

TikTok: AIDC-HQ

YouTube: phatalk kongpaikongma

abstract-background-pattern-minimalistic-wave-clean-simpe-modern-texture-colorful-shapes.j

Related news

Pha Talk EP13

PhaTalk EP.13 ຕອນ “ທິດທາງການຂົນສົ່ງລາວຈະໄປທາງໃດ? ລາວຈະສາມາດປ່ຽນຈາກ Land-locked ເປັນ Land-link ໄດ້ແນວໃດ?” ເປັນຕອນທີ່ຫັນໄປຈັບປະເດັນສຳຄັນດ້ານ ໂຄງສ້າງພື້ນຖານ ແລະ ການຂົນສົ່ງຂອງລາວ ໃນມຸມມອງການພັດທະນາລະຍະຍາວ ເພື່ອປ່ຽນພາບຈາກປະເທດທີ່ບໍ່ມີທາງອອກທະເລ (Land-locked) ໄປສູ່ການເປັນສູນກາງເສັ້ນທາງຂົນສົ່ງຂອງພູມມິພາກ (Land-link) ໃນອານາຄົດ

Pha Talk EP12

PhaTalk EP12 “Private Equity ແລະ Venture Capital: ກອງທຶນທີ່ຈະຕິດປີກໃຫ້ທຸລະກິດລາວ” ເປັນການສົນທະນາກັບ ທ່ານ ຄຳແກ້ວ ວິສີສົມບັດ — ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ

Pha Talk EP10

PhaTalk EP10 ແມ່ນການສົນທະນາກັບ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ ເພື່ອພູດຄຸຍເຖິງທິດທາງໃນອະນາຄົດຂອງການພັດທະນາເມືອງຫຼວງພະບາງ ເມືອງມໍຣະດົກໂລກ ທີ່ກໍາລັງປະເຊີນກັບຄວາມທ້າທາຍຫຼາຍດ້ານ.

bottom of page