

PhaTalk EP.13 ຕອນ “ທິດທາງການຂົນສົ່ງລາວຈະໄປທາງໃດ? ລາວຈະສາມາດປ່ຽນຈາກ Land-locked ເປັນ Land-link ໄດ້ແນວໃດ?” ເປັນຕອນທີ່ຫັນໄປຈັບປະເດັນສຳຄັນດ້ານ ໂຄງສ້າງພື້ນຖານ ແລະ ການຂົນສົ່ງຂອງລາວ ໃນມຸມມອງການພັດທະນາລະຍະຍາວ ເພື່ອປ່ຽນພາບຈາກປະເທດທີ່ບໍ່ມີທາງອອກທະເລ (Land-locked) ໄປສູ່ການເປັນສູນກາງເສັ້ນທາງຂົນສົ່ງຂອງພູມມິພາກ (Land-link) ໃນອານາຄົດ
ໃນລາຍການໄດ້ຖົງເຖິງຫຼາຍປະເດັນທີ່ສຳຄັນ ດັ່ງນີ້:
ສະຖານະພາບປະຈຸບັນຂອງການຂົນສົ່ງລາວ ທີ່ຍັງພຶງພາການຂົນສົ່ງທາງບົກແລະມີຂໍ້ຈຳກັດຈາກການບໍ່ມີທາງອອກທະເລ
ແນວທາງການພັດທະນາໂຄງສ້າງພື້ນຖານ ທັງທາງລົດ, ທາງລາງ, ແລະສະຫນາມບິນ ເພື່ອເຊື່ອມໂຍງພາຍໃນປະເທດ ແລະຕໍ່ກັບປະເທດເພື່ອນບ້ານ
ບົດບາດຂອງໂຄງການສຳຄັນ ເຊັ່ນ ລົດໄຟຈີນ–ລາວ ທີ່ເປີດໂອກາດໃໝ່ໃນການຂົນສົ່ງສິນຄ້າຂ້າມພາກພື້ນ
ການພັດທະນາເສັ້ນທາງທາງບົກ–ທະເລ ຜ່ານການຮ່ວມມືກັບປະເທດໃນພື້ນທີ່ ເຊັ່ນ ການເຊື່ອມໄປທ່າເຮືອໃນວຽດນາມ ຫຼື ກຳປູເຈຍ
ການດຶງດູດການຄ້າແລະການລົງທຶນ ໂດຍອາໄສຕຳແໜ່ງທາງພູມສາດເປັນສູນກາງການເຊື່ອມໂຍງໃນພູມມິພາກ
ບົດສະທ້ອນຈາກຜູ້ເຊື່ອຊານກ່ຽວກັບ ອຸປະສັກແລະຄວາມທ້າທາຍ ເຊັ່ນ ການບໍ່ສອດຄ່ອງຂອງມາດຕະຖານການຂົນສົ່ງ, ຄ່າຂົນສົ່ງສູງ, ແລະຂໍ້ຈຳກັດທາງດ້ານກົດໝາຍການຄ້າຂ້າມແດນ
ການຕັ້ງເປົ້າໝາຍໃຫ້ລາວເປັນ ສູນກາງໂລຈິສຕິກຂອງອາຊຽນ ໃນອະນາຄົດ ໂດຍອະສັຍທັງການລົງທຶນຕ່າງປະເທດ ແລະ ການປັບປຸງປະສິດທິພາບພາຍໃນ
ໂດຍສະຫຼຸບ ຕອນນີ້ເປັນການວິເຄາະທັງດ້ານໂອກາດ ແລະ ຂໍ້ຈຳກັດ ໃນການຍົກລະດັບລາວໃຫ້ມີບົດບາດໃໝ່ໃນລະບົບຂົນສົ່ງຂອງພູມມິພາກ — ຈາກປະເທດທີ່ຖືກຈຳກັດທາງພູມສາດ ສູ່ການເປັນປະເທດທີ່ເຊື່ອມໂຍງແລະສ້າງມູນຄ່າໃຫ້ກັບທັງພາຍໃນແລະພາຍນອກ.
Website : www.aidctech.com.la
Facebook : AIDC Asia Investment Development and Construction Sole Co.,Ltd
Facebook : Phatalk
TikTok: Phatalk
TikTok: AIDC-HQ
YouTube: phatalk kongpaikongma

Related news

Pha Talk EP13
PhaTalk EP.13 ຕອນ “ທິດທາງການຂົນສົ່ງລາວຈະໄປທາງໃດ? ລາວຈະສາມາດປ່ຽນຈາກ Land-locked ເປັນ Land-link ໄດ້ແນວໃດ?” ເປັນຕອນທີ່ຫັນໄປຈັບປະເດັນສຳຄັນດ້ານ ໂຄງສ້າງພື້ນຖານ ແລະ ການຂົນສົ່ງຂອງລາວ ໃນມຸມມອງການພັດທະນາລະຍະຍາວ ເພື່ອປ່ຽນພາບຈາກປະເທດທີ່ບໍ່ມີທາງອອກທະເລ (Land-locked) ໄປສູ່ການເປັນສູນກາງເສັ້ນທາງຂົນສົ່ງຂອງພູມມິພາກ (Land-link) ໃນອານາຄົດ

Pha Talk EP12
PhaTalk EP12 “Private Equity ແລະ Venture Capital: ກອງທຶນທີ່ຈະຕິດປີກໃຫ້ທຸລະກິດລາວ” ເປັນການສົນທະນາກັບ ທ່ານ ຄຳແກ້ວ ວິສີສົມບັດ — ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ

Pha Talk EP10
PhaTalk EP10 ແມ່ນການສົນທະນາກັບ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ ເພື່ອພູດຄຸຍເຖິງທິດທາງໃນອະນາຄົດຂອງການພັດທະນາເມືອງຫຼວງພະບາງ ເມືອງມໍຣະດົກໂລກ ທີ່ກໍາລັງປະເຊີນກັບຄວາມທ້າທາຍຫຼາຍດ້ານ.

Search Job
Current Needs
Apply Now
021 410 501
© 2025 AIDC TECH SOLE CO., LTD.
Privacy Policy
Terms & Conditions
