top of page

News

13 September 2024

Pha Talk EP7

PhaTalk EP7 “ເວົ້າແບບກົງໄປກົງມາ” ເປັນການເລົ່າເຖິງເສັ້ນທາງຊີວິດຂອງບຸກຄົນຜູ້ໜຶ່ງ ທີ່ເຄີຍເຮັດອາຊີບຂາຍລົດທົ່ວໄປ ແຕ່ດ້ວຍຄວາມພະຍາຍາມ ແລະ ການພັດທະນາຕົນເອງຢ່າງຕໍ່ເນື່ອງ ສາມາດກ້າວຂຶ້ນມາເປັນປະທານຜູ້ຖືຫຸ້ນຂອງທະນາຄານ JDB ຢ່າງໜ້າປະທັບໃຈ.

ຜູ້ໃຫ້ສຳພາດໄດ້ແບ່ງປັນແນວຄິດທີ່ສໍາຄັນວ່າ ກ່ອນຈະຊະນະສິ່ງໃດ ຈະຕ້ອງຊະນະຕົນເອງກ່ອນ ເພາະການຄວບຄຸມຈິດໃຈ ແລະ ຝ່າອຸປະສັກພາຍໃນເປັນຫຼັກພື້ນຖານຂອງຄວາມສໍາເລັດ.

ນອກເຫນືອຈາກນີ້ຍັງມີການເຊື່ອມໂຍງໄປຫາວົງການກິລາ ໂດຍສະເພາະມວຍລາວ ທີ່ຜູ້ໃຫ້ສຳພາດມັ່ນໃຈວ່າ ນັກມວຍລາວມີໂອກາດໄປເຖິງລະດັບໂລກ ແລະສາມາດສ້າງຊື່ສຽງໃນຕະຫຼາດນານາຊາດໄດ້ ຫາກມີການສົ່ງເສີມ ແລະ ຝຶກຝົນຢ່າງມີລະບົບ.

ບົດສົນທະນາໃນຕອນນີ້ເຮັດໃຫ້ເຫັນທັດສະນະໃນຫຼາຍມຸມມອງ ທັງດ້ານທຸລະກິດ ແລະ ກິລາ ພ້ອມທັງສົ່ງຕໍ່ແຮງບັນດານໃຈໃຫ້ຜູ້ຟັງເຫັນວ່າ ຄວາມສໍາເລັດເລີ່ມຕົ້ນຈາກການປ່ຽນແປງພາຍໃນ ແລະ ການກ້າທີ່ຈະກ້າວຜ່ານຂໍ້ຈໍາກັດຂອງຕົນເອງ.

Website : www.aidctech.com.la

Facebook : AIDC Asia Investment Development and Construction Sole Co.,Ltd 

Facebook : Phatalk

TikTok: Phatalk

TikTok: AIDC-HQ

YouTube: phatalk kongpaikongma

abstract-background-pattern-minimalistic-wave-clean-simpe-modern-texture-colorful-shapes.j

Related news

Pha Talk EP13

PhaTalk EP.13 ຕອນ “ທິດທາງການຂົນສົ່ງລາວຈະໄປທາງໃດ? ລາວຈະສາມາດປ່ຽນຈາກ Land-locked ເປັນ Land-link ໄດ້ແນວໃດ?” ເປັນຕອນທີ່ຫັນໄປຈັບປະເດັນສຳຄັນດ້ານ ໂຄງສ້າງພື້ນຖານ ແລະ ການຂົນສົ່ງຂອງລາວ ໃນມຸມມອງການພັດທະນາລະຍະຍາວ ເພື່ອປ່ຽນພາບຈາກປະເທດທີ່ບໍ່ມີທາງອອກທະເລ (Land-locked) ໄປສູ່ການເປັນສູນກາງເສັ້ນທາງຂົນສົ່ງຂອງພູມມິພາກ (Land-link) ໃນອານາຄົດ

Pha Talk EP12

PhaTalk EP12 “Private Equity ແລະ Venture Capital: ກອງທຶນທີ່ຈະຕິດປີກໃຫ້ທຸລະກິດລາວ” ເປັນການສົນທະນາກັບ ທ່ານ ຄຳແກ້ວ ວິສີສົມບັດ — ຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ

Pha Talk EP10

PhaTalk EP10 ແມ່ນການສົນທະນາກັບ ທ່ານ ບຸນເຫລືອ ສິນໄຊວໍລະວົງ ຮອງເຈົ້າແຂວງຫຼວງພະບາງ ເພື່ອພູດຄຸຍເຖິງທິດທາງໃນອະນາຄົດຂອງການພັດທະນາເມືອງຫຼວງພະບາງ ເມືອງມໍຣະດົກໂລກ ທີ່ກໍາລັງປະເຊີນກັບຄວາມທ້າທາຍຫຼາຍດ້ານ.

bottom of page